ທຸກລັດຖະນະໂຍບາຍຂອງສະພາແຫ່ງຊາດ ລ້ວນແຕ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ
ຕອນບ່າຍວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງຢ້ຽມຢາມຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ແລະ ພົບປະກັບຜູ້ຕາງໜ້າວົງການນັກທຸລະກິດ ຫວຽດນາມ ຢູ່ ສຳນັກງານ VCCI. ການເຮັດວຽກຖືກຈັດຂຶ້ນໂດຍກົງ ແລະ ແບບທາງໄກ ດ້ວຍການເຂົ້າຮ່ວມຂອງນັກທຸລະກິດກວ່າ 400 ທ່ານ ຢູ່ 70 ຈຸດຖ່າຍທອດສົດໃນທົ່ວປະເທດ.