NPA ຮ່ວມມືກັບແຂວງກວາງຈິ ເພື່ອແກ້ໄຂບັນຫາລະເບີດທີ່ຍັງບໍ່ທັນແຕກ
ຍສໝ - ຫວ່າງມໍ່ໆນີ້, ພະແນກການຕ່າງປະເທດແຂວງກວາງຈີ້ ແລະ ອົງການຊ່ວຍເຫຼືອປະຊາຊົນນອກແວ (NPA) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ໂຄງການ "ການພັດທະນາຄວາມສາມາດໃຫ້ສູນປະຕິບັດງານກ່ຽວກັບລະເບີດທີ່ຍັງບໍ່ທັນແຕກແຂວງກວາງຈີ້" ດ້ວຍງົບປະມານຫຼາຍກວ່າ 6 ຕື້ດົ່ງ, ແກ່ຍາວເປັນເວລາ 12 ເດືອນ.