ກອງທັບ ສປປ.ລາວ ໄດ້ເພີ່ມທະວີໃນການຕອບໂຕ້ຕໍ່ກັບໄພນໍ້າຖ້ວມຈະເກີດຂຶ້ນໃນລະດູຝົນ
ໄພພິບັດ ຄື ໄພທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໂດຍສົ່ງຜົນກະທົບຕໍ່ເສດຖະກິດ ແລະ ວິຖີຊີວິດຂອງຄົນ ໃນໄລຍະສັ້ນ ແລະ ໄລຍະຍາວເຊິ່ງ ໄລຍະຜ່ານມາ ໄດ້ເກີດມີ ໄພພິບັດຂະຫນາດໃຫຍ່ເກີດຂຶ້ນເປັນຈໍານວນຫຼາຍ ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນຂອງປະຊາຊົນ, ລະບົບເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຄິດເປັນຈໍານວນມູນຄ່າມະຫາສານ.