ຍສໝ - ວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ສະຖານທູດ ຣູມານີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບ ຣູມານີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (3 ກຸມພາ 1950 – 3 ກຸມພາ 2025).
ຍສໝ - ວັນທີ 26 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ນະຄອນ ໂຮ່ຈີມິນ (ສະມາຄົມ) ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ຣູມານີ ແລະ 10 ປີແຫ່ງວັນສ້າງຕັ້ງສະມາຄົມ. ເຫດການນີ້ແມ່ນໂອກາດເພື່ອເຊີດຊູສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ພ້ອມກັນນັ້ນ ກໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ການສຶກສາ.
ຍສໝ - ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ຣູມານີ ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍາວນານ ແລະ ຍືນຍົງຢູ່ ຫວຽດນາມ
ຍສໝ - ໂດຍສືບຕໍ່ວາລະຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ວັນທີ 21 ມັງກອນ ຜ່ານມາ, ທີ່ນະຄອນຫຼວງ ບູຄາເລດ, ທ່ານນາຍົກລົດຖະມົນຕີຫວຽດນາມ ຟາມມິງຈິ້ງ ໄດ້ພົບປະກັບບັນດາສະມາຄົມ, ອົງການຈັດຕັ້ງ, ເພື່ອນມິດ ຣູມານີ.
ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ ແລະ ບັນດາສະມາຊິກໃນກຸ່ມ ໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ປະຊາຄົມຊາວຫວຽດນາມ ຢູ່ ຣູມານີ ໄດ້ຮັບການສ້າງຕັ້ງຂຶ້ນໃນຕົ້ນຊຸມປີ 90 ຂອງສະຕະວັດທີ່ຜ່ານມາ, ໃນເບື້ອງຕົ້ນແມ່ນບັນດານັກສຶກສາ, ຜູ້ທີ່ມາຮ່ຳຮຽນ, ອອກແຮງງານ ແລະ ຕັ້ງຖິ່ນຖານຢູ່ປະເທດເພື່ອນຢ່າງຖາວອນ.
ຍສໝ - ຕອນຄ່ຳວັນທີ 7 ມີນາ, ທີ່ການໂອ້ລົມສົນທະນາກັບທ່ານ Bogdan Aurescu ລັດຖະມົນຕີກະຊວງການຕ່າງປະເທດຣູມານີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມບູຍແທັງເຊີນໄດ້ຢັ້ງຢືນວ່າຫວຽດນາມຖືເປັນສຳຄັນແລະມີຄວາມຫວັງຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃນໄລຍະກ່ວາ 70 ປີລະຫວ່າງຫວຽດນາມແລະຣູມານີ ໃຫ້ເລິກເຊິ່ງກ່ວາອີກ.
ຍສໝ - ເພື່ອເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ບັນດາການເຄື່ອນໄຫວຂອງສະມາຄົມ, ບັນດາສະມາຊິກໃນຄະນະປະຈຳ ໄດ້ເຫັນດີເປັນເອກະພາບ ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບເນື້ອໃນການປະຕິບັດງານຖະແຫຼງຂ່າວ, ໂຄສະນາໃນເວັບໄຊ ແລະ ສື່ສັງຄົມອອນລາຍ Facebook ຂອງສະມາຄົມໃຫ້ທັນການ ແລະ ອຸດົມສົມບູນ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ບັນດາການສະໜັບສະໜູນຣູມານີສຳລັບ ຫວຽດນາມ ໃນເມື່ອກ່ອນ. ປະເທດ ແລະ ປະຊາຊົນ ຣູມານີຍາມໃດກໍ່ສະຫງວນໃຫ້ແກ່ຫວຽດນາມ ການໜູນຊ່ວຍອັນລ້ຳຄ່ານັບແຕ່ຊຸມປີ 50 ຂອງສະຕະວັນກ່ອນ, ໃນໄລຍະສົງຄາມ ແລະ ສ້າງສາ ປະເທດຊາດ.
ຍສໝ - ໃນຕອນບ່າຍຂອງວັນທີ 14 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ ໃຫ້ການຕ້ອນຮັບ ທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດ ຣູມານີ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.
ຕອນທ່ຽງວັນທີ 18 ເມສາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາເຖິງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຣູມານີ ໃນລະຫວ່າງວັນທີ 14 -16 ເມສາ ແລະ ສ.ເຊັກໂກ ໃນລະຫວ່າງວັນທີ 16-18 ເມສາ ຢ່າງເປັນທາງການ.