ຢູໂດລາວ ຫວັງສ້າງຜົນງານເດັ່ນໃນຊີເກມ 2019
ວົງການກີລາຢູໂດລາວ ເຄີຍສ້າງຜົນງານໂດດເດັ່ນມາສູ່ລາວຢ່າງຕໍ່ເນື່ອງ ນັບແຕ່ຊີເກມ 2007 ທີ່ປະເທດໄທເປັນຕົ້ນມາ ແຕ່ຄັ້ງຫຼ້າສຸດໃນຊີເກມ 2017 ທີ່ມາເລເຊຍ ສາມາດຍາດໄດ້ພຽງ 1 ຫຼຽນທອງ ຈາກທ້າວ ຈິດຕະກອນ ໄຊຍະສານ ປະເພດຕໍ່ສູ້ຮຸ່ນນ້ຳໜັກ 81 ກິໂລ ເນື່ອງຈາກເຈົ້າພາບຕັດລາຍການທີ່ຢູໂດລາວ ມີຄວາມຫວັງຫຼຽນອອກເກືອບໝົດ ແລະ ມີລາຍການໜ້ອຍທີ່ສຸດໃນປະຫວັດສາດ ເຮັດໃຫ້ຢູໂດລາວບໍ່ບັນລຸເປົ້າໝາຍ.