ລັດຖະມົນຕີກະຊວງການສາທາລະນະສຸກ ສະເໜີຫ້າມຢາສູບໄຟຟ້າເອເລັກໂຕນິກ ແລະ ຢາສູບຄວາມຮ້ອນ
ຍສໝ - ວັນທີ 11 ພະຈິກ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຫວຽດນາມ, ບັນດາຜູ້ແທນໄດ້ດຳເນີນການຊັກຖາມບັນດາບັນຫາໃນຂົງເຂດການແພດ, ໃນນັ້ນ ບັນຫາຢາສູບໄຟຟ້າເອເລັກໂຕນິກ ແລະ ຢາສູບຄວາມຮ້ອນກາຍເປັນຈຸດສຸມ. ນີ້ແມ່ນປະເພດຜະລິດຕະພັນໃໝ່ພວມສ້າງຄວາມກັງວົນຢ່າງຫຼວງຫຼາຍກ່ຽວກັບຜົນກະທົບຕໍ່ສຸຂະພາບ, ໂດຍສະເພາະແມ່ນໄວຫນຸ່ມ.