ຍສໝ - ແບ່ງປັນປະສົບການຈາກການໂຄສະນາເຜີຍແຜ່ ແລະ ວິທີການສຶກສາ ເຖິງການຂົນຂວາຍມະຫາຊົນ... ແມ່ນບັນດາໂຄງການຝຶກອົບຮົມ ແລະ ເຝິກອົບຮົມຂອງ ຫວຽດນາມ ໜູນຊ່ວຍລາວ. ແບບຢ່າງ ແລະ ການປະຕິບັດອັນດີງາມນີ້ ໃນການຂົນຂວາຍມະຫາຊົນ ແລະ ກໍ່ສ້າງຄວາມສາມັກຄີອັນໃຫຍ່ຫຼວງຂອງປະເທດຊາດ ບໍ່ພຽງແຕ່ປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດເທົ່ານັ້ນ, ຫາກຍັງເປັນການປົກປັກຮັກສາສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ.
ຍສໝ - ຈາກການແຂ່ງຂັນດົນຕີ, ງານສະເຫຼີມສະຫຼອງຮ້ອງເພງມິດຕະພາບຫວຽດນາມ - ລາວ ໄດ້ກາຍເປັນອາຫານດ້ານຈິດໃຈ, ຂົວວັດທະນະທຳ, ຂົວມິດຕະພາບທີ່ຮັດແໜ້ນນ້ຳໃຈສາມັກຄີຂອງສອງປະເທດ.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານ ສາດສະດາຈານ,ດຣ ບໍ່ວຽງຄຳ ວົງດາລາ - ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ປະທານສະມາຄົມສູນກາງມິດຕະພາບ ລາວ-ຫວຽດນາມ ແລະ ທ່ານ ສາດສະດາຈານ ດຣ ສາຍກົງ ໄຊຍະສີນ, ຫົວໜ້າກົມສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ລາວ, ຮອງປະທານ - ເລຂາທິການໃຫຍ່ສະມາຄົມມິດຕະພາບລາວ - ຫວຽດນາມ ເມື່ອໂອ້ລົມກັບນັກຂ່າວວາລະສານຍຸກສະໄໝ ກ່ຽວກັບການຮ່ວມມືລະຫວ່າງສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນໄລຍະຈະມາເຖິງ.
ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ໃນການປ້ອງກັນການລະບາດຂອງພະຍາດ COVID-19.
ທ່ານນາງ ປານີ ຢາທໍ່ຕູ້ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໃນໄລຍະຜ່ານມາຍາມໃດກໍ່ສະຫງວນການສະໜັບສະໜູນອັນລໍ້າຄ່າຊ່ວຍເຫຼືອລາວ ພັດທະນາເສດຖະກິດ-ສັງຄົມ
ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນເຍິມ, ທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ສົມທົບກັບບັນດາກົມກອງລະດົມຫຼາຍແຫຼ່ງກໍາລັງເພື່ອໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນບ້ານເຊຊາບ (ເມືອງກະລຶມ, ແຂວງເຊກອງ) ຂອງປະເທດເພື່ຶອນມິດລາວ. ໂດຍໄດ້ຮັບການແນະນໍາກ່ຽວກັບວິທີຫາເງິນລ້ຽງຊີບ, ປະຊາຊົນບ້ານເຊຊາບ ໄດ້ຍູ້ແຮງການຜະລິດ, ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຫັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ.
ພະແນກແມ່ຍິງຂອງສອງກະຊວງການຕ່າງປະເທດ ໄດ້ເຫັນດີເພີ່ມທະວີການປະສານງານ ແລະ ການສະ ໜັບສະໜູນເຊິ່ງກັນ ແລະ ກັນເພື່ອສົ່ງເສີມການເຄື່ອນໄຫວຂອງພະນັກງານການທູດຍິງໃນຊຸມຊົນອາຊຽນ.
ຍສໝ - ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ, ນຳໂດຍສະຫາຍພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວພ້ອມດ້ວຍຄະນະໄດ້ສຳເລັດການເຄື່ອນໄຫວເຮັດວຽກກັບບັນດາອົງການສື່ມວນຊົນກອງທັບປະຊາຊົນຫວຽດນາມ ໃນລະຫວ່າງວັນທີ 9-14 ທັນວາ 2019.
ຍສໝ - ຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມູນເຊື້ອຂອງກອງພົນ 968 ໄດ້ຈັດການຊຸມນຸມ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານແຫ່ງຊາດຫວຽດນາມຢູ່ລາວ (30 ຕຸລາ 1949 / 30 ຕຸລາ 2019).