ມະຕິເລກທີ 80-NQ/TW: ຖືເອົາມະນຸດເປັນສູນກາງແຫ່ງການພັດທະນາວັດທະນະທຳ, ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາຢ່າງຍືນຍົງ
ຍສໝ - ມະຕິເລກທີ 80-NQ/TW (ລົງວັນທີ 07/01/2026) ຂອງກົມການເມືອງ ໄດ້ກຳນົດວ່າ ການສ້າງສາພັດທະນາມະນຸດຫວຽດນາມ ແມ່ນເປັນສູນກາງ, ເປັນເຈົ້າການ, ເປັນເປົ້າໝາຍ ແລະ ເປັນແຮງຂັບເຄື່ອນອັນສຳຄັນທີ່ສຸດ ຂອງການພັດທະນາຢ່າງຍືນຍົງ. ວັດທະນະທຳແມ່ນໄດ້ຮັບການຈັດວາງໄວ້ໃນຕຳແໜ່ງສູນກາງທາງດ້ານຍຸດທະສາດ, ຕິດພັນຢ່າງສະໜິດແໜ້ນລະຫວ່າງການພັດທະນາວັດທະນະທຳ ກັບການສ້າງສາມະນຸດຢ່າງຮອບດ້ານ.