ສຸມທຸກກຳລັງເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພະຍຸລູກທີ 3
ຍສໝ - ພາກເໜືອ ຫວຽດນາມ ພວມປະເຊີນໜ້າກັບສະພາບຝົນຕົກນ້ຳຖ້ວນຢ່າງສັບສົນ, ເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດອິນຊີ ແລະ ຊັບສິນ. ບັນດາກຳລັງເຈົ້າທີ່ ໄດ້ຜັນຂະຫຍາຍການປະຕິບັດການກູ້ໄພຢ່າງວ່ອງໄວ ແລະ ໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພຢ່າງຮ້າຍແຮງຄື: ລາວກາຍ, ອຽນບ໋າຍ, ກາວບັງ... ຄວາມມານະພະຍາຍາມປ້ອງກັນໄພນ້ຳຖ້ວມ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.