ຍົກສູງຄວາມສາມາດໃຫ້ພະນັກງານນຳທ່ຽວທົ່ວປະເທດ

ຍົກສູງຄວາມສາມາດໃຫ້ພະນັກງານນຳທ່ຽວທົ່ວປະເທດ

ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ໄຂ​ຊຸດ​ເຝິກ­ອົບ­ຮົມ​ພະ­ນັກ­ງານ​ນຳ​ທ່ຽວ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຄັ້ງ​ທີ 26 ຂຶ້ນ​ວັນ​ທີ 27 ພຶດ­ສະ­ພາ-9 ສິງ­ຫາ 2019 ຢູ່​ສະ​ຖາ​ບັນ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຖວ​ທ ທ່ານ​ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ແລະ ສຳ​ມະ​ນາ​ກອນ​ຈາກ​ທົ່ວ​ປະ­ເທດ​ເຂົ້າ​ຮ່ວມ.