ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ
ຍສໝ - ທີ່ການພົບປະກັບທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ຫວໍວັນຮວ່ານ ວັນທີ 26 ມັງກອນ ຢູ່ນະຄອນ ໂຮ່ຈິມິນ, ຄະນະຜູ້ແທນສະພາແຫ່ງຊາດ ອາເມລິກາ ໂດຍທ່ານນາງ Young Kim, ປະທານອະນຸກຳມະການການຕ່າງປະເທດສະພາຕ່ຳກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ຮູ້ວ່າ ຍາມໃດກໍ່ມີຄວາມສົນໃຈ, ພ້ອມແລ້ວທີ່ຈະຮ່ວມມືໜູນຊ່ວຍ ຫວຽດນາມ ໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນຮ້າຍຂອງສົງຄາມ ແລະ ການໄກ່ເກ່ຍພາຍຫຼັງສົງຄາມ.