ກູບາ ຈະໜູນຊ່ວຍນະຄອນ ໂຮ່ຈິມິນ ເພື່ອຜັນຂະຫຍາຍຮູບແບບທ່ານໝໍຄອບຄົວ
ຍສໝ - ວັນທີ 5 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ພະແນກສາທາລະນະສຸກນະຄອນ ໄດ້ຈັດຕັ້ງກອງປະຊຸມສໍາມະນາ “ຊອກຮູ້ກ່ຽວກັບຮູບແບບທ່ານຫມໍຄອບຄົວຂອງປະເທດສາທາລະນະລັດ ກູບາ”. ກອງປະຊຸມສໍາມະນາແມ່ນເພື່ອຮຽນຮູ້ຮູບແບບສາທາລະນະສຸກທີ່ປະສົບຜົນສຳເລັດຢ່າງຫຼວງຫຼາຍຢູ່ ກູບາ, ຈາກນັ້ນ, ນະຄອນກໍ່ໄດ້ມີການປ່ຽນແປງຫົວຄິດປະດິດສ້າງ, ເໝາະສົມກັບສະພາບການຕົວຈິງຂອງລະບົບການແພດຢູ່ຮາກຖານທີ່ມີຢູ່ແລ້ວນັ້ນ.