ການສົ່ງອາຫານຮັບໃຊ້ຜູ້ຕິດເຊື້ອພະຍາດໂຄວິດ-19

ການສົ່ງອາຫານຮັບໃຊ້ຜູ້ຕິດເຊື້ອພະຍາດໂຄວິດ-19

ຄິດວ່າການສົ່ງອາຫານແມ່ນເລື່ອງງ່າຍດາຍ, ແຕ່ຢູ່ໂຮງໝໍປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ພັດບໍ່ເປັນແນວນັ້ນ, ເພາະວ່າຕ້ອງປະຕິບັດບັນດາຂໍ້ກຳນົດກົດລະບຽບກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ບໍ່ຄວນອອກບ້ານຖ້າບໍ່ຈຳເປັນ

ບໍ່ຄວນອອກບ້ານຖ້າບໍ່ຈຳເປັນ

ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ຈຳນວນ 3.091 ຕົວຢ່າງ ໂດຍຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຄົນ, ເຊິ່ງມາຮອດປັດຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດ ເຊື້ອສະສົມທັງໝົດ 933 ຄົນ.

ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ຍສໝ - ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ ແລະນັກຮົບທົ່ວປະເທດຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ມານະພະຍາຍາມຢ່າງສູງສຸດ ແລະປະຕິບັດຂໍ້ກໍານົດຕ່າງໆຂອງລັດຖະບານ, ຄະນະຊີ້ນຳແຫ່ງຊາດ... ເພື່ອປ້ອງກັນ, ຕ້ານໂລກລະບາດ ເພື່ອສຸຂະພາບຂອງແຕ່ລະຄົນ, ເພື່ອສຸຂະພາບຂອງຊຸມຊົນ, ເພື່ອຜົນປະໂຫຍດຂອງປະເທດຊາດ.

ຕົ້ນປີ 2021 ແຂວງອັດຕະປື ພົບຜູ້ຕິດ ເຊື້ອໄຂ້ຍຸງລາຍເກືອບ 100 ຄົນ

ຕົ້ນປີ 2021 ແຂວງອັດຕະປື ພົບຜູ້ຕິດ ເຊື້ອໄຂ້ຍຸງລາຍເກືອບ 100 ຄົນ

ຕະຫລອດໄລຍະຜ່ານມາ ເຖິງແມ່ນວ່າຄະນະພັກອໍານາດ ການປົກຄອງທຸກຂັ້ນຂອງແຂວງ,ເມືອງ ໄດ້ເອົາໃຈໃສ່ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນພະຍາດ ໄຂຍຸງລາຍ ດ້ວຍຫລາຍວິທີ ຫລາຍຮູບແບບກໍຕາມ ແຕ່ຍັງເຫັນວ່າຈໍານວນ ຜູ້ຕິດເຊື້ອ ພະຍາດດັ່ງກ່າວ ໃນຂອບເຂດທົ່ວແຂວງອັດຕະປື ຍັງມີຕົວເລກເພີ່ມຂຶ້ນ.

ລາວ:  ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ລາວ: ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 19 ເມສາ 2021, ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຢູ່ປະເທດເຮົາ ມີຜູ້ຖືກຈໍາກັດ ບໍລິເວນທັງໝົດ 3.272 ຄົນ ຢູ່ 47 ສູນ ແລະ ໃນວັນທີ 18 ເມສາ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 726 ຄົນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອ, ໝາຍຄວາມວ່າ ວັນທີ 18 ເມສາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ຫວຽດ​ນາມ: ວັນທີ 22 ມີນາ ແມ່ນວັນທີ 4 ຢ່າງລຽດຕິດ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ

ຫວຽດ​ນາມ: ວັນທີ 22 ມີນາ ແມ່ນວັນທີ 4 ຢ່າງລຽດຕິດ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ

ນັບແຕ່ເວລາ 18 ໂມງຂອງ ວັນທີ 21 ມີນາ ຫາ ເວລາ 6 ໂມງຂອງວັນທີ 22 ມີນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ.

ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 19 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 18 ກຸມພາ 2021 ນີ້, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.003 ຄົນ. ໃນນັ້ນຜ່ານດ່ານ ລາວ-ໄທ ມີ 1.815 ຄົນ, ດ່ານ ລາວ-ຈີນ 24 ຄົນ ແລະ ດ່ານ ລາວ-ຫວຽດນາມ 164 ຄົນ. ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງມາກວດກ່ອນນຳສົ່ງໄປສະ ຖານທີ່ຈຳກັດບໍລິເວນ ຈົນຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.853 ຄົນຢູ່ໃນ 35 ສູນທົ່ວປະເທດ.

ລາວ: ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ, ບໍ່ພົບຜູ້ຕິດເຊື້ອ ໂຄວິດ - 19 ໃໝ່

ລາວ: ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ, ບໍ່ພົບຜູ້ຕິດເຊື້ອ ໂຄວິດ - 19 ໃໝ່

ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19

ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19

ຍສໝ -   ພາຍຫຼັງເກືອບ 1 ປີ, ທຸກກຳລັງໄດ້ເຂົ້າຮ່ວມບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19.

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ປະຕິບັດວິຖີ ການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ປະຕິບັດວິຖີ ການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ

 ​ໃນວັນທີ 16 ທັນວາ 2020 ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຮຽກຮ້ອງ​ໃຫ້ສືບຕໍ່ປະຕິບັດ ວິຖີການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ​​ໂດຍ​ສະ​ເພາະ ອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ ການຕິດເຊື້ອ ຄວນໃສ່ຜ້າປິດປາກ-ດັງ, ຮັກສາມາລະຍາດ ໃນການໄອ-ຈາມ, ເມື່ອໄອ ຫລື ຈາມ ຄວນໃຊ້ຂໍ້ພັບແຂນສອກປິດປາກ, ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ ​ແລະ ອື່ນໆ.

ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ

ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ

ໃນວັນທີ 7 ທັນວາ 2020 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ  ເປີດເຜີຍວ່າ: ສໍາລັບການຕິດຕາມ ຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ຈໍານວນ 40 ແຫ່ງ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.740 ຄົນ ແລະ ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ຜູ້ຕິດເຊື້ອໄຂຍຸງລາຍ ຍັງມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ

ຜູ້ຕິດເຊື້ອໄຂຍຸງລາຍ ຍັງມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ

ຕາມການລາຍງານຈາກ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ໃນວັນທີ 4 ທັນວາ 2020 ວ່າ: ນັບແຕ່ຕົ້ນເດືອນມັງກອນ ຫາ ວັນທີ 3 ທັນວາ 2020 ຢູ່ ສປປ ລາວ ມີຜູ້ຕິດເຊື່ອໄຂ້ຍຸງລາຍ 8.010 ຄົນ, ໃນນັ້ນ ເສຍຊີວິດ 12 ຄົນ. ສະເພາະໃນວັນທີ 3 ທັນວາ ປີ 2020 ຢືນຢັນແລ້ວພົບຜູ້ຕິດເຊື້ອ 15 ກໍລະນີ, ​ເຊິ່ງ​ເປັນ​ວ່າ​ຈຳນວນ​ຜູ້​ຕິດ​ເຊື້ອ​ໄຂ​ຍຸງລາຍ​ ຍັງ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ວັນ.

ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດໃໝ່

ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດໃໝ່

ຕະຫລອດໄລຍະ 11 ເດືອນກວ່າ ຂອງການລະບາດພະຍາດ, ລັດຖະບານ ໄດ້ເອົາໃຈໃສ່ເຝົ້າລະວັງ ຕິດຕາມຢ່າງໃກ້ຊິດ ແລະ ວາງມາດຕະການຕ່າງໆອອກມາ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ຄວບຄຸມແຕ່ຫົວທີ ໂດຍມີການປະເມີນ ແລະ ປັບປຸງມາດຕະການ ໃຫ້ສອດຄ່ອງກັບ ສະພາບການໃນແຕ່ລະໄລຍະ.

ລາວ: ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ລາວ: ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ, ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.855 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 70.542 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາຢູ່ໂຮງໝໍມິດຕະພາບ.

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃຫ້ປະຊາຊົນມີສະຕິພ້ອມກັນ ປະຕິບັດມາດຕະການ ຂອງຄະນະສະເພາະກິດ ວາງອອກ

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃຫ້ປະຊາຊົນມີສະຕິພ້ອມກັນ ປະຕິບັດມາດຕະການ ຂອງຄະນະສະເພາະກິດ ວາງອອກ

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່, ກະຊວງ​ສາທາລະນະ​ສຸກ ລາຍ​ງານ​ໃຫ້​ຮູ້​ ໃນ​ວັນ​ທີ 29 ຕຸລາ 2020 ນີ້ວ່າ:  ປັດຈຸບັນ ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃຫ້​ປະຊາຊົນ​​ລາວບັນດາ​ເຜົ່າ ໃນ​ຂອບ​ເຂ​ດທົ່ວ​ປະ​ເທດ ຈົ່ງ​ມີ​ສະຕິ​ລະ​ວັງ​ໂຕ​ ​​ພ້ອມ​ກັນປະຕິບັດ​ມາດ​ຕະການ​ ທີ່​ທາງ​ຄະນະ​ສະ​ກິດ​ວາງ​ອອກ ດ້ວຍຄວາມຮັບຜິດຊອບສູງ ​ແນ​ໃສ່ເພື່ອປ້ອງ​ກັນ​ຕົນ​ເອງ, ​​ຄອບຄົວ ​ແລະ ​ເພື່ອ​ຄົນ​ທີ່​ທ່ານ​ຮັກ.

ປະເທດລາວ: 95 ມື້ຕິດຕໍ່ກັນ ສປປ.ລາວ ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ລາຍໃໝ່ຢູ່ໃນສັງຄົມ

ປະເທດລາວ: 95 ມື້ຕິດຕໍ່ກັນ ສປປ.ລາວ ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ລາຍໃໝ່ຢູ່ໃນສັງຄົມ

ໃນວັນທີ 13 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ຣັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີສື່ມວນຊົນເຂົ້າຮ່ວມ.

ທົ່ວໂລກໄດ້ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ ຫຼາຍກວ່າ 12,8 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 560.000 ຄົນເສຍຊີວິດ

ທົ່ວໂລກໄດ້ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ ຫຼາຍກວ່າ 12,8 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 560.000 ຄົນເສຍຊີວິດ

ຍສໝ -  ອາເມລິກາ ແມ່ນປະເທດທີ່ເປັນໜ້າເປັນຫ່ວງກັງວົນຕໍ່ໂລກລະບາດໂຄວິດ - 19 ທີ່ສຸດ ຂະນະທີ່ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ໄດ້ມີຜູ້ຕິດເຊື້ອໃໝ່ຕື່ມອີກ 66.000 ຄົນ

1 2