ວົງເງິນສົ່ງອອກຜະລິດຕະພັນກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸ 38,8 ຕື້ໂດລາສະຫະລັດ
ຍສໝ - ເດືອນຕຸລາ 2021, ວົງເງິນສົ່ງອອກຜະລິດຕະພັນກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸກວ່າ 3,4 ຕື້ໂດລາສະຫະລັດ. ໄລ່ລວມ 10 ເດືອນຕົ້ນປີ 2021, ມູນຄ່າການສົ່ງອອກຜະລິດຕະພັນກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸເກືອບ 38,8 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.