ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ
ຍສໝ - ໃນຕອນບ່າຍວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂອງຄະນະໂຄສະນາສຶກສາສູນກາງພັກກອມມູນຫວຽດນາມ ນໍາໂດຍສະຫາຍ ຫງວຽນເກ໋ເລີມ, ຮອງຫົວໜ້າຄະນະສະເພາະກິດ ຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານການຕ່າງປະເທດ, ຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ ແລະ ການຮ່ວມມືສາກົນ, ຄະນະໂຄສະນາສຶກສາສູນກາງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ລັດຖະກອນຂອງສະຖານທູດລາວ ປະຈຳຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະເພນີລາວ.