ຍສໝ - ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳປັກກິ່ງ, ໃນຊ່ວງວັນທີ 14–15 ຕຸລາ ປີ 2025, ທີ່ເມືອງຢ່າງແທ້ງ, ນະຄອນໂຟ້ຍີ້, ມົງລະຄົວຢູນນານ (ຈີນ) ໄດ້ຈັດຂຶ້ນ “ການຊ້ອມຮົບຮ່ວມໃນການຮັບມືສຸກເສີນຕໍ່ພະຍາດຕິດຕໍ່ສຳຄັນຂ້າມຊາຍແດນ ຫວຽດ – ຈີນ – ລາວ ປີ 2025.”
ຍສໝ - ວັນທີ 27 ພະຈິກ, ຢູ່ຫໍພິພິທະພັນຕຳຫຼວດປະຊາຊົນ, ກະຊວງຕຳຫຼວດ ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບທາງເພດ ແລະ ມອບສິດໃຫ້ແມ່ຍິງ (UN Women) ໄດ້ສົມທົບກັນຈັດຕັ້ງເປີດງານວາງສະແດງຮູບພາບ ແລະ ໂຄສະນາກົດໝາຍສິດທິມະນຸດໃນເດືອນການກະທຳກ່ຽວກັບຄວາມສະເໝີພາບທາງເພດ, ປ້ອງກັນ ແລະ ຮັບມືກັບຄວາມຮຸນແຮງບົນພື້ນຖານທາງເພດ.
ຍສໝ - ວັນທີ 11 ພະຈິກ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຫວຽດນາມ, ບັນດາຜູ້ແທນໄດ້ດຳເນີນການຊັກຖາມບັນດາບັນຫາໃນຂົງເຂດການແພດ, ໃນນັ້ນ ບັນຫາຢາສູບໄຟຟ້າເອເລັກໂຕນິກ ແລະ ຢາສູບຄວາມຮ້ອນກາຍເປັນຈຸດສຸມ. ນີ້ແມ່ນປະເພດຜະລິດຕະພັນໃໝ່ພວມສ້າງຄວາມກັງວົນຢ່າງຫຼວງຫຼາຍກ່ຽວກັບຜົນກະທົບຕໍ່ສຸຂະພາບ, ໂດຍສະເພາະແມ່ນໄວຫນຸ່ມ.
ຍສໝ - ທີ່ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດສະມາຊິກທີ່ເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຢູ່ອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ, ໄດ້ດຳເນີນໃນວັນທີ 28 ແລະ 29 ພຶດສະພາ ຢູ່ນະຄອນຫຼວງວຽງຈັນ (ລາວ), ຜູ້ຕາງໜ້າຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ກໍ່ໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມພະຍາຍາມເພື່ອສະກັດກັ້ນອາດຊະຍາກຳຢາເສບຕິດໃນສະພາບການການຄ້າຢາເສບຕິດໃນພາກພື້ນນັບມື້ນັບສັບສົນ.
ວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ອົງການຫົວເງື່ອນແຫ່ງຊາດຫວຽດນາມ ກ່ຽວກັບການປ້ອງກັນ ແລະຕ້ານການເຜີຍແຜ່ອາວຸດລ້າງຜານໄດ້ຈັດກອງປະຊຸມຄັ້ງທີ 1 ພາຍໃຕ້ການເປັນປະທານຂອງພົນໂທ ຫວໍມີງເລືອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການຫົວເງື່ອນແຫ່ງຊາດຫວຽດນາມ ກ່ຽວກັບການປ້ອງກັນ ແລະຕ້ານການເຜີຍແຜ່ອາວຸດລ້າງຜານ.
ບັນດາສະມາຊິກສະພາແຫ່ງຊາດຕີລາຄາສູງຕໍ່ມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ບໍ່ເຄີຍມີມາກ່ອນ ເຊິ່ງລັດຖະບານໄດ້ປະຕິບັດໃນໄລຍະຜ່ານມາ.
ດ້ວຍຈຸດພິເສດແມ່ນຂໍ້ມູນຂ່າວໄດ້ສົ່ງໄປຢ່າງວ່ອງໄວ, ກວ້າງຂວາງ, ຍ້ອນເຫດນັ້ນ, ຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ-19, ຜ່ານ fanpage, ລະບົບສື່ທາງສັງຄົມ, ຂໍ້ມູນຂ່າວສານກ່ຽວກັບການຜັນແປຂອງໂລກລະບາດໄດ້ອັບເດດຢ່າງວ່ອງໄວ.
ທ່ານນາຍົກລັດຖະມົນຕີຊີນຳໃຫ້ບັນດາຕາແສງ, ບ້ານ, ເທດສະບານເມືອງ ສືບຕໍ່ປະຕິບັດບັນດາຂໍ້ກຳກົດການແຍກຫ່າງສັງຄົມ, ການແຍກຕົວ, ການຮັບປະກັນຊີວິດສັງຄົມ.
ວັນທີ 8 ສິງຫາ, ຄະນະພັກ, ກອງບັນຊາການທະຫານນະຄອນໂຮ່ຈີມິນ ຈັດຕັ້ງພິທີເປີດກິດຈະກຳມອບຂອງຂວັນ 100.000 ພູດໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນສະທ້ອນຈາກພະຍາດໂຄວິດ-19.
ໃນໄລຍະມໍ່ໆມານີ້, ທາງສີ່ແຍກແບັກມາຍ-ເລແທັງຫງີ້ (ເມືອງຮາຍບ່າຈືງ, ນະຄອນຮ່າໂນ້ຍ) ຄືວ່າສົດໃສໃໝ່ອ່ຽມກວ່າດ້ວຍຕູ້ໄຟຟ້າທີ່ແຕ້ມຮູບໂຄສະນາການປ້ອງກັນ, ຕ້ານພະຍາດໂຄວິດ-19.
ໃນບົດຂຽນລົງວັນທີ 9 ກໍລະກົດ, Sputnik ໄດ້ຊີ້ແຈ້ງວ່າປະສິດທິຜົນແຫ່ງການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້.
ຍສໝ - ປະຈຸບັນ, ຢູ່ຫວຽດນາມ ມີໂລກລະບາດສາຍພັນໃໝ່ຂອງອັງກິດ ແລະ ອິນເດຍ. ນີ້ແມ່ນສາຍພັນທີ່ອັນຕະລາຍທີ່ສຸດ, ທີມີຈຸດພິເສດແມ່ນໄດ້ແຜ່ລະບາດໄວ, ກ້ວາງໃນອາກາດ.
ຍສໝ - ເວັບໄຊການເງິນ (Finanznachrichten) ຂອງ ເຢຍລະມັນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ.
ຍສໝ - ເປົ້າໝາຍສູງສຸດໃນປະຈຸບັນຂອງຫວຽດນາມ ແມ່ນສຸມໃສ່ປ້ອງກັນ, ຕ້ານໂລກລະບາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19 ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນເພື່ອແນໃສ່ປະຕິບັດເປົ້າໝາຍຄວບຄູ່ແມ່ນທັງປ້ອງກັນ, ຕ້ານໂລກລະບາດຢ່າງປອດໄພ, ມີປະສິດທິຜົນ ແລະ ພັດທະນາເສດຖະກິດສັງຄົມຢ່າງມີໄຊ.
ໃນວັນທີ 19 ມີນາ 2021 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມ ມາຮອດປັດຈຸບັນ ເຫັນວ່າສະພາບການລະບາດ ຂອງພະຍາດໂຄວິດ-19 ຂອງແຕ່ລະປະເທດ ໃນທົ່ວໂລກ ຄ່ອຍໆຫລຸດລົງເທື່ອລະໜ້ອຍ ເນື່ອງຈາກຫລາຍປະເທດ ມີມາດຕະການສັກວັກແຊງ ປ້ອງກັນພະ ຍາດ ໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງ ເຊິ່ງກໍເປັນວິທີໜຶ່ງ ທີ່ຈະສາມາດປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດດັ່ງກ່າວໄດ້ ແຕ່ອາດຈະໄດ້ໃຊ້ເວລາ ເພື່ອໃຫ້ການສັກວັກແຊງຄວບຄຸມ, ທົ່ວເຖິງ ແລະ ສາມາດຈຳກັດການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.
ເພື່ອເຮັດໃຫ້ການເຄື່ອນໄຫວ ວຽກງານຄຸ້ມຄອງໄພພິບັດ ມີປະສິດທິຜົນສູງ ໃນ 5 ປີຕໍ່ໜ້າ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ບັນດາຄະນະ ກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ແຂວງ ຕ້ອງສຸມໃສ່ບາງບັນຫາ ດັ່ງນີ້໋: ຜັນຂະຫຍາຍ ທິດທາງແຜນການ 5 ປີ 2021-2025 ຂອງຄະນະກໍາມະການ ຄຸ້ມຄອງໄພພິບັດ ໃຫ້ເປັນແຜນວຽກລະອຽດຂອງຕົນ ຈັດຕັ້ງປະຕິບັດແຕ່ລະປີ ຕາມພາລະບົດ ບາດຂອງຕົນ ໃຫ້ມີປະສິດທິຜົນ; ປັບປຸງ ແລະ ສ້າງຕັ້ງຄະນະກໍາມະການ ຄຸ້ມຄອງໄພພິບັດ ຂັ້ນແຂວງ, ເມືອງ ແລະ ບ້ານ ທີ່ມີຄວາມສ່ຽງສູງ ຕໍ່ໄພພິບັດ ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ຄະນະກໍາມະການດັ່ງ ກ່າວ ເພື່ອຊ່ວຍຊຸກຍູ້ ຈັດຕັ້ງປະຕິບັດ ວຽກງານຕ່າງໆ...
ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.625 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 643 ຄົນ, ໃນນັ້ນມີ 386 ຕົວຢ່າງ ຈາກ ບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວມາແຕ່ໄທ ບໍ່ມີອາການ 72 ຕົວຢ່າງ ແລະ ແຮງງານຈີນ ທີ່ບໍ່ມີອາການ 185 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຫາ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.
ຍສໝ - ຫວຽດນາມ ເຊື່ອໝັ້ນວ່າ, ປະຊາຄົມສາກົນ ຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງປະຊາຊົນແຕ່ລະປະເທດ ກໍຄືຄວາມສາມັກຄີ, ການຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ສ້າງອະນາຄົດອັນດີງາມກວ່າໃຫ້ແຕ່ລະປະເທດ ແລະ ປະຊາຊົນແຕ່ລະຄົນ.
ຍສໝ - ຫວ່າງມໍ່ໆນີ້, ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ (AMMTC 14) ຄັ້ງທີ 14 ໄດ້ຈັດຂື້ນເພື່ອປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງຫວຽດນາມໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານໝູນວຽນອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ເປັນເຈົ້າການ, ມີການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມໃນການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ.