ການປົກປ້ອງເດັກນ້ອຍໃນພຶ້ນທີອິນເຕີເນັດອອນໄລນ: ຄວາມຮັບຜິດຊອບຮ່ວມຂອງທົ່ວສັງຄົມ
ຍສໝ - ວັນທີ 25 ຕຸລາ, ໃນຂອບເຂດຂອງພິທີເປີດລົງນາມ ອະນຸສັນຍາຂອງສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານອາຊະຍາກຳໃນໂລກອອນໄລນ (ອະນຸສັນຍາຮ່າໂນ້ຍ), ມີການຈັດກອງປະຊຸມສົນທະນາຂ້າງເຄີຍພາຍໃຕ້ຫົວຂໍ້ “ບົດບາດຂອງແພລດຟອມອອນໄລນ໌ໃນການປົກປ້ອງເດັກນ້ອຍແລະໄວລຸ້ນຈາກອາຊະຍາກຳໃນໂລກອອນໄລນ” ໂດຍຈາກ ສະຫະພັນ ຄວາມເຊື່ອໝັ້ນດີຈິຕອນ ແລະ ກົມຄວາມປອດໄພໃນໂລກອອນໄລນ ແລະ ການປ້ອງກັນອາຊະຍາກຳໃຊ້ເທັກໂນໂລຊີສູງ (A05, ກະຊວງຕຳຫຼວດ) ເປັນຜູ້ເປັນເຈົ້າພາບ, ງານນີ້ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຕົວແທນຂອງອົງການບໍລິຫານ, ອົງການສາກົນ, ແພລດຟອມເທັກໂນໂລຊີ ແລະ ຊຸມຊົນນັກສ້າງສັນ.