ຫວຽດນາມພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງຢູ່ອາຊີ - ປາຊີຟິກ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດ ແລະ ການຄ້າໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການທີ່ມີລັກສະນະທົ່ວໂລກ, ຫວຽດນາມ ມີແຜນນະໂຍບາຍສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ.