ທ່ານຮອງປະທານປະເທດຍ້ອງຍໍສັນລະເສີນຜົນງານນັກກີລາບານເຕະຍິງທີມຊາດລາວ
ທ້າຍອາທິດແລ້ວນີ້, ທີ່ທຳນຽບປະທານປະເທດ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບຄະນະນັກກີລາບານເຕະຍິງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ເຊິ່ງນຳພາຄະນະໂດຍທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໃນໂອກາດສຳເລັດການເຂົ້າຮ່ວມ ແຂ່ງຂັນບານເຕະຊີງແຊັມອາຊຽນ ທີ່ປະເທດໄທ.