ການເດີນທາງປະຕິບັດງານ “ສາມເປົ້າໝາຍ” ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ ນັບທັງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສປຊ. ການເດີນທາງໄປປະຕິບັດງານ “ສາມເປົ້າໝາຍ” ຂອງຄະນະຜູ້ແທນຫວຽດນາມໃນຄັ້ງນີ້ ລວມມີການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ສະໄໝພິເສດ, ຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ ແລະ ສປຊ, ເຊິ່ງມີຄວາມໝາຍຫຼາຍຢ່າງ ແລະ ບັນລຸໄດ້ໝາກຜົນສຳຄັນ ນັບທັງໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ.