ຍສໝ - ໄວຂຶ້ນເພື່ອບໍ່ໃຫ້ພາດຈັງຫວະຂອງເວລາ. ມີປະສິດທິພາບຫຼາຍຂຶ້ນເພື່ອໃຫ້ທຸກຊັບພະຍາກອນສາມາດນໍາໃຊ້ໄດ້. ໃກ້ຊິດກັບປະຊາຊົນເພື່ອໃຫ້ຊາວຫວຽດນາມທຸກຄົນແບ່ງປັນໝາກຜົນແຫ່ງການພັດທະນາ. ນັ້ນແມ່ນເສັ້ນທາງແຫ່ງການຫັນເປັນດີຈີຕອນຮອບດ້ານທີ່ຫວຽດນາມ ແມ່ນ ແລະ ຈະປະຕິບັດຢ່າງໝັ້ນຄົງ.
ຍສໝ - ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ.
ຍສໝ - ວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ “ການທູດປະຊາຊົນໃນໄລຍະພັດທະນາໃໝ່ຂອງປະເທດ”, ໂດຍສຸມໃສ່ 3 ເນື້ອໃນໃຫຍ່ຄື: ສະພາບການໂລກ, ພາກພື້ນ ແລະຄວາມໝາຍແຝງຕໍ່ຫວຽດນາມ; ຫວຽດນາມ ໃນຍຸກໃໝ່; ຂໍ້ສະເໜີແນະຕໍ່ວຽກງານການທູດປະຊາຊົນ.
ຍສໝ - ປະຊາຊົນສອງປະເທດ ແມ່ນປັດໄຈຢ່າງໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ, ໝັ້ນແກ່ນ ແລະ ສາຍພົວພັນມິດແບບພິເສດລະຫວ່າງ ຫວຽດນາມ - ລັດເຊຍ
ຍສໝ - ຢູ່ແຂວງ ດົ່ງນາຍ, ການເຄື່ອນໄຫວການທູດປະຊາຊົນ ບໍ່ພຽງແຕ່ສຳລັບຜູ້ໃຫຍ່ເທົ່ານັ້ນ, ຫາກເດັກນ້ອຍຍັງມີສະໜາມຫຼິ້ນຫຼາຍແຫ່ງ ເພື່ອຮຽນຮູ້ກ່ຽວກັບການເຄື່ອນໄຫວນີ້.
ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ
ຍສໝ - ນັບແຕ່ວັນທີ 6 – 8 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງກາວບັ່ງ ຈັດຕັ້ງກອງປະຊຸມທົ່ວປະເທດວຽກງານການທູດປະຊາຊົນປີ 2022 ຢູ່ສູນກອງປະຊຸມແຂວງ ກາວບັ່ງ.
ຍສໝ - ໃນຂອບເຂດລາຍການ, ຄະນະຈັດຕັ້ງ ໄດ້ມອບຂອງຂວັນບຸນເຕັດ 80 ພູດ, ແຕ່ລະພູດມີເຂົ້າສານ 25 ກີໂລກຼາມ ແລະ ເຄື່ອງຂອງທີ່ຈຳເປັນໃຫ້ແກ່ຜູ້ທຸກຍາກປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເຂດຊາຍແດນທະເລ ເມືອງເຈິ່ນເດ.
ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ໄດ້ລົງຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ 50 ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ ຕາແສງ ບີ່ງແທ່ງ ເມືອງໄຕເຊີນ, ແຂວງບິ່ງດິງ.
ຍສໝ - ນະຄອນຜັນຂະຫຍາຍເຕັກໂນໂລຢີ ທີ່ເຕົ້າໂຮມຂໍ້ມູນການບໍລິການທ່ອງທ່ຽວ, ກໍ່ສ້າງໂປແກຼມການທ່ອງທ່ຽວອັດສະລິຍະໃນໂທລະສັບມືຖື ປະສົມແຜນທີ່ການທ່ອງທ່ຽວດີຈີຕອນ, ເຂົ້າຮ່ວມການທ່ອງທ່ຽວ ແບບ VR…
ຍສໝ - ແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນຈະສືບຕໍ່ສ້າງແຜນການເພື່ອເປີດກວ້າງການເຄື່ອນໄຫວແລກປ່ຽນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນຢູ່ລຽບຕາມເຂດຊາຍແດນ.
ຍສໝ - ຫວ່າງແລ້ວນີ້, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວກ່ຽວກັບການເສັງ “ປະຈັນບານປ້ອງກັນ, ຕ້ານໄພທຳມະຊາດ ປີ 2021”. ຜ່ານການສົມທົບກັບບັນດາຄວາມຮູ້, ທັກສະ ພາຍໃຕ້ຮູບແບບ Gameshow ທີ່ໃໝ່ອ່ຽມ, ດຶງດູດໃຈ, ການເສັງ “ປະຈັນບານປ້ອງກັນ, ຕ້ານໄພທຳມະຊາດ” ມຸ່ງໄປເຖິງເປົ້າໝາຍການຍົກສູງຄວາມຮັບຮູ້ປະຊາຄົມກ່ຽວກັບປ້ອງກັນ, ຕ້ານໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຕອນບ່າຍວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງຢ້ຽມຢາມຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ແລະ ພົບປະກັບຜູ້ຕາງໜ້າວົງການນັກທຸລະກິດ ຫວຽດນາມ ຢູ່ ສຳນັກງານ VCCI. ການເຮັດວຽກຖືກຈັດຂຶ້ນໂດຍກົງ ແລະ ແບບທາງໄກ ດ້ວຍການເຂົ້າຮ່ວມຂອງນັກທຸລະກິດກວ່າ 400 ທ່ານ ຢູ່ 70 ຈຸດຖ່າຍທອດສົດໃນທົ່ວປະເທດ.
ຕາມທ່ານ ບູຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມທຸກຂັ້ນ ໄດ້ກຳນົດຈະສືບຕໍ່ຂົນຂວາຍແຫຼ່ງກຳລັງ ແລະ ເຊື່ອມຕໍ່, ຜັນຂະຫຍາຍການມອບເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼາຍຄົນຕື່ມອີກຈາກໂຄງການທີ່ມີຄວາມໝາຍນີ້.
ມາຮອດປັດຈຸບັນ, ທົ່ວນະຄອນ ໄດ້ຕົກລົງໜູນຊ່ວຍຈຳນວນເງິນກວ່າ 1.000 ຕື້ດົ່ງ ໃຫ້ແກ່ປະຊາຊົນ, ຊາວຜູ້ອອກແຮງງານ, ຄອບຄົວ ແລະ ຮາກຖານດຳເນີນທຸລະກິດ ກວ່າ 2,6 ລ້ານເທື່ອຄົນ.
ຍສໝ -ໃນວັນທີ 25 ສິງຫາ, ທີ່ການເຮັດວຽກກັບການນຳແຂວງ ຍິ່ງເຢືອງ, ທ່ານ ພົນຕີ ໂງມິງຕຽນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຈະຈັດສົ່ງທະຫານ 2000 ຄົນ ເຂົ້າຮ່ວມພ້ອມກັບບັນດາກຳລັງທ້ອງຖິ່ນຕ້ານໂລກລະບາດໂຄວິດ - 19…
ແຂວງກ໋ວາງນາມ ພວມສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໜູນຊ່ວຍວຽກເຮັດງານທຳ ໃຫ້ແກ່ປະຊາຊົນກັບຄືນຈາກນະຄອນໂຮ່ຈີມິນ ພາຍຫຼັງສິ້ນສຸດໄລຍະແຍກຕົວລວມໝູ່ ແລະ ແຍກຕົວ ຢູ່ສະຖານທີ່ພັກພາອາໄສ ຕາມຂໍ້ກຳນົດ.
ຍສໝ - ລັດຖະບານສືບຕໍ່ມີເອກະສານຊີ້ນຳກ່ຽວກັບການພິຈາລະນາ, ດັດປັບລາຄານ້ຳປະປາ, ຄ່າໂທລະຄົມມະນາຄົມໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ປັດຈຸບັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນໂຮ່ຈີມິນ ກໍ່ພວມເພີ່ມທະວີ ບັນດາສະຖານທີ່ຂາຍສະບຽງອາຫານຕື່ມອີກຢູ່ບັນດາເຂດທີ່ມີປະຊາຊົນຫຼາຍຄົນ.
ວັນທີ 28 ກໍລະກົດ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຫົວໜ່ວຍຕ່າງໆ ໄດ້ຈັດຕັ້ງລາຍການ “ລ້ານຄາບເຂົ້າ - ຮ່າໂນ້ຍແຫ່ງສາຍຈິດມິດໃຈ”, ມອບເຄື່ອງບັນເທົາທຸກຈຳນວນ 470 ພູດ ລວມມູນຄ່າ ກວ່າ 80 ລ້ານດົ່ງ ໃຫ້ແກ່ຄົນເຈັບ ແລະ ພີ່ນ້ອງຄົນເຈັບ ທີ່ພວມປິ່ນປົວຍາວນານຢູ່ໂຮງໝໍໝາກໄຂ່ຫຼັງ ຮ່າໂນ້ຍ.