ປະທານປະເທດຈີນເຈລະຈາກັບການນຳສປປ.ເກົາຫຼີ
ສອງວັນທີ່ຜ່ານມາ, ສຳນັກຂ່າວສານຊິນຮົວຂອງຈີນ ໄດ້ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານເລຂາທິການໃຫຍ່ພັກແຮງງານສປປ.ເກົາຫຼີ, ປະທານຄະນະກຳມະການລັດຖະບານສປປ.ເກົາຫຼີ Kim Jong un ໄດ້ມີການເຈລະຈາໃນລະຫວ່າງວັນທີ 07 – 08 ພຶດສະພາ, ຢູ່ນະຄອນ ຕ້າຫຼຽນ ແຂວງ ຫຼຽວຫຼິງ, ປະເທດຈີນ.