ການຫັນປ່ຽນດິຈິຕອນ ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ

ການຫັນປ່ຽນດິຈິຕອນ ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ

ຍສໝ - ບາງທັດສະນະຢູ່ເທິງເຄືອຂ່າຍອິນເຕີເນັດ ໄດ້ສວຍໂອກາດນຳໃຊ້ຄວາມຫຍຸ້ງຍາກ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເພື່ອໃຫ້ທັດສະນະວ່າ ການຫັນປ່ຽນດິຈິຕອນ ພວມເຮັດໃຫ້ໄລຍະຫ່າງການຂະຫຍາຍຕົວເພີ່ມຂຶ້ນ, ພໍ່ແມ່ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດຢ່າງຄົບຖ້ວນ ຈາກໝາກຜົນຂອງການປະຕິວັດອຸດສາຫະກຳ ຄັ້ງທີ ສີ່. ເຖິງຢ່າງໃດກໍຕາມ, ເມື່ອເບິ່ງຈາກແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ຕົວຈິງການຜັນຂະຫຍາຍ, ບັນດາການຮັບຮູ້ນັ້ນ ແມ່ນບໍ່ໄດ້ສະທ້ອນໃຫ້ເຫັນຢ່າງຖືກຕ້ອງ ເຖິງທາດແທ້ຂອງວິວັດທະນາການຂະຫຍາຍຕົວຢ່າງຮອບດ້ານ ທີ່ ຫວຽດນາມ ພວມສະແຫວງຫາ.