ປະຊາຄົມສາກົນ ໄດ້ສະເໜີຄວາມເຫັນເພື່ອຊ່ວຍເຫຼືອ ແຂວງກາວບັງພັດທະນາ
ຍສໝ - ຕອນເຊົ້າວັນທີ 3 ຕຸລາ, ຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງ ກາວບັງ ໄດ້ສົມທົບກັບກະຊວງການຕ່າງປະເທດ ຈັດຕັ້ງກອງປະຊຸມແນະນຳແຂວງກາວບັງ ດ້ວຍຫົວຂໍ້ວ່າ “ຈຸດໝາຍປາຍທາງ ແຂວງກາວບັງ - ເຊື່ອມໂຍງ ແລະ ພັດທະນາ”.