ງານປະກວດສຽງເພງ ອາຊຽນ +3: ການແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນກໍ່ຄືບັນດາເພື່ອນມິດສາກົນ
ງານປະກວດສຽງເພງ ອາຊຽນ +3 ໂດຍ VOV ຈັດຕັ້ງ 2 ປີ ເທື່ອໜຶ່ງ ແມ່ນການແຂ່ງຂັນ ແລະ ໂອກາດທີ່ດີ ເພື່ອໃຫ້ບັນດານັກສິລະປິນ, ນັກຮ້ອງໄດ້ພົບປະກັນສະແດງຄວາມສາມາດ ແລະ ນ້ຳໃຈຂອງຕົນຕໍ່ຄູ່ຮ່ວມງານ ແລະ ມະຫາຊົນທີ່ນິຍົມຊົມຊອບດົນຕີ. ເຫດການດົນຕີອັນຍິ່ງໃຫຍ່ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຫວຽດນາມ ເພື່ອສະເຫຼີມສະຫຼອງ 51 ປີ ແຫ່ງວັນສ້າງຕັ້ງ ອາຊຽນ (8 ສິງຫາ 1967 – 8 ສິງຫາ 2019).