ພິທີມອບຮັບແນວພັນງົວ ໃຫ້ປະຊາຊົນບ້ານແຮກສ່ຽວລຽບຕາມຊາຍແດນ ລາວ-ຫວຽດນາມ ຂອງເມືອງນອງ.
ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2019 ນີ້ ຢູ່ທີ່ດ່ານ 9/2 ຈຸດສຸມປະເລາະອາສິງ ເມືອງນອງ ແຂວງສະຫວັນນະເຂດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງ - ເມືອງນອງ,ທ່ານ ພັທ ເຈີນຕວນແອັງ ຮອງຫົວໜ້າກອງບັນຊາການ ທະຫານຊາຍແດນ ແຂວງກວາງຈິ ມີບັນດາທ່ານຫົວໜ້າຫ້ອງການ,ຄະນະຫ້ອງການທີ່ກ່ຽວຂອງ, ຫົວໜ້າຈຸດສຸມ, ກຸ່ມບ້ານ, ພໍ່ແມ່ປະຊາຊົນເຂດຈຸດສຸມປະເລາະອາສິງເຂົ້າຮ່ວມຢ່າງພ້ອມພຽງທັງສອງຝ່າຍ.