ບໍລິສັດເບຍລາວ ມອບເງິນ 100 ລ້ານກີບ ໃຫ້ແຂວງບໍລິຄໍາໄຊ ປ້ອງກັນພະຍາດໂຄວິດ-19
ໃນວັນທີ 15 ມີນາ 2021 ນີ້, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວຈຳກັດ ໄດ້ມອບເງິນຈຳນວນ 100 ລ້ານກີບ ເພື່ອສົມທົບທຶນ ປະກອບສ່ວນ ໃຫ້ແຂວງບໍລິຄຳໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ເຊິ່ງຕາງໜ້າຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.