ນະຄອນ ດ່າລາດ ຕ້ອນຮັບນັກທ່ອງທ່ຽວ ປະມານ 60.000 ເທື່ອຄົນໃນໂອກາດບຸນປີໃໝ່ສາກົນ 2022
ຍສໝ - ຫວ່າງແລ້ວນີ້, ທ່ານ ເລແອງກຽດ, ຫົວໜ້າພະແນກວັດທະນະທຳ ແລະ ຖະແຫຼງຂ່າວ ນະຄອນ ດ່າລາດ (ເລິມດົງ) ໃຫ້ຮູ້ວ່າ: ໃນໂອກາດບຸນປີໃໝ່ສາກົນ 2022, ນະຄອນ ດ່າລາດ ຄາດວ່າຈະໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 60.000 ເທື່ອຄົນມາຢ້ຽມຢາມ ແລະ ພັກຜ່ອນບຳລຸງສຸຂະພາບ. ຈຳນວນນັກທ່ອງທ່ຽວ ເພີ່ມຂຶ້ນສູງໃນວັນທີ 31 ທັນວາ 2021 ແລະ ວັນທີ 1 – 2 ມັງກອນ 2022.