ມອບ 16 ລາງວັນສໍາລັບບົດລະຄອນເວທີດີເລີດກ່ຽວກັບຫົວຂໍ້ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ
ຍສໝ-ວັນທີ 25 ພຶດສະພາ ທີ່ຮ່າໂນ້ຍ, ກົມວັດທະນະທຳຮາກຖານ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ຈັດຕັ້ງພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ການປະກວດແຕ່ງບົດລະຄອນເວທີ ເພື່ອໂຄສະນາເຜີຍແຜ່ການສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 - 27 ກໍລະກົດ 2022).