ຫວຽດນາມ ມານະພະຍາຍາມຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານນິວເຄຼຍ
ໃນລະຫວ່າງວັນທີ 6-10 ມິຖຸນາ, ທີ່ນະຄອນວຽນ (ໂອຕຣິດ) ສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (IAEA) ໄດ້ຈັດຕັ້ງກອງປະຊຸມປະຈໍາໄລຍະ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 35 ປະເທດ, ບັນດາສະມາຊິກ IAEA ແລະອົງການຈັດຕັ້ງສາກົນແມ່ນຜູ້ສັງເກດການ. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ຜູ້ວ່າການ-ຜູ້ຕາງໜ້າອົງການຫວຽດນາມ ປະຈໍາ IAEA.