ເຊື່ອມຕໍ່, ໜູນຊ່ວຍບັນດານັກສຶກສາ ຫວຽດນາມ ທີ່ມາຮຽນຢູ່ ຝຣັ່ງ ເພື່ອຮ່ຳຮຽນ ແລະ ເຮັດວຽກ
ຍສໝ - ວັນທີ 7 ກໍລະກົດ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ສົມທົບກັບ Campus France Viet Nam (ພາກສ່ວນຮັບຜິດຊອບໄປຮຽນຢູ່ຕ່າງປະເທດຂອງສະຖານທູດ ຝຣັ່ງ ປະຈໍາ ຫວຽດນາມ), ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ຝຣັ່ງ (UEVF) ແລະ ມະຫາວິທະຍາໄລ ເກີນເທີ ໄດ້ຈັດຕັ້ງເວທີປາໄສການໄປຮຽນຢູ່ປະເທດຝຣັ່ງ.