ຍສໝ - ທ່ານປະທານຄະນະກຳມະການຫຼັກຊັບແຫ່ງລັດ ໃຫ້ຮູ້ວ່າ: ຕະຫຼາດຫຼັກຊັບ ຫວຽດນາມ ໄດ້ມີການພັດທະນາທີ່ໜ້າປະທັບໃຈໃນຊຸມປີມໍ່ໆມານີ້, ແລະ ແມ່ນຈຸດໝາຍທີ່ໜ້າເຊື່ອຖືຂອງບັນດານັກລົງທຶນໃນທົ່ວໂລກ.
Bloomberg ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ບັນລຸເປົ້າໝາຍຮອດປີ 2030 ນຳ ນະຄອນໂຮ່ຈີມິນກາຍເປັນ ສະຖານທີ່ດຶງດດເງິນລົງທຶນດ້ານເຕັກໂນໂລຢີ ແລະ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນເຊິ່ງ ອາດຈະປະກອບສ່ວນ 40% ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງນະຄອນໂຮ່ຈີມິນ.
ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.
ຍສໝ - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມງານລ້ຽງ ແລະ ໂອ້ລົມສົນທະນາກັບບັນດານັກລົງທຶນແຖວໜ້າຍີ່ປຸ່ນ
ຍສໝ - ມີພື້ນຖານຕົວຈິງຢັ້ງຢືນວ່າບັນດານັກລົງທຶນສາກົນຍັງມີຄວາມຫວັງຕໍ່ການພັດທະນາການເຄື່ອນໄຫວດຳເນີນທຸລະກິດຢູ່ຫວຽດນາມ, ຈະບໍ່ມີວິສາຫະກິດໃດອອກຈາກຫວຽດນາມໃນອະນາຄົດໃກ້ໆນີ້…
ຍສໝ - ໃນລະຫວ່າງວັນທີ 7 – 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ສົມທົບກັບກອງທຶນເງິນຕາສາກົນ (IMF) ແລະ ບັນດານັກຊ່ຽວຊານສາກົນເພື່ອຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເພີ່ມທະວີການພົວພັນກັບນັກລົງທຶນ”.
ຍສໝ - ເວັບໄຊໄດ້ພັດທະນາ ແລະ ຄຸ້ມຄອງໂດຍພະແນກແຜນການ ແລະ ການລົງທຶນ ສະຫວັນນະເຂດເພື່ອແນໃສ່ເປົ້າໝາຍດຶງດູດນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນຕົ້ນແມ່ນໄລຍະຫຼັງ ໂລກລະບາດ Covid – 19, ດ້ວຍຄວາມມຸ່ງຫວັງວ່າ ຈະໜູນຊ່ວຍຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ, ເຊິ່ງຖືກຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ Covid – 19 ໃນໄລຍະທີ່ຜ່ານມາ.
9 ເດືອນຜ່ານມາ, ໄດ້ມີ 111 ປະເທດ ແລະ ເຂດແຄ້ວນມາລົງທຶນຢູ່ ຫວຽດນາມ.
ຍສໝ - ມີນັກລົງທຶນຕ່າງປະເທດຫຼາຍຄົນ ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າຫວຽດນາມແມ່ນສະຖານທີ່ດຶງດູດການລົງທຶນ. ເຂົ້າເຈົ້າເວົ້າວ່າ: “ບໍ່ມີຫຍັງສາມາດກີດຂວາງພວກເຮົາຂຸດຄົ້ນກາລະໂອກາດຢູ່ຫວຽດນາມ”.
ຍສໝ - ທ່ານ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມຍູ້ໄວການກຽມພ້ອມບັນດາເງື່ອນໄຂ: ກວດກາຄືນໃໝ່ກອງທຶນດິນ, ໜ້າພຽງ, ໂຮງງານ ແລະ ບັນດາຮາກຖານໂຄງລ່າງທີ່ຈຳເປັນຕ້ອງຕ່າງໆເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ຍູ້ໄວວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບ.
ຍສໝ - ທ່ານ Choi Joo Ho ໄດ້ສະແດງຄວາມປາດຖະໜາກຢາກລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງ ກຸ່ມບໍລິສັດ Samsung ເພື່ອປະກອບສ່ວນເຂົ້າການເຕີບໂຕເສດຖະກິດຫວຽດນາມໃຫ້ຫຼາຍກ່ວາອີກ.
ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.
ຍສໝ - ກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາລະບົບການເຄື່ອນໄຫວ ທີ່ສະຖານທູດ ຫວຽດນາມ ປະຈຳອັງກິດເປັນເຈົ້າການໃນການສົມທົບກັບບັນດາອົງການ, ອົງການຈັດຕັ້ງຢູ່ອັງກິດເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ອັງກິດ, ແກ້ໄຂບັນດາຜົນກະທົບທາງລົບຈາກໂລກລະບາດ Covid – 19 ໃນສະພາບການ ການພົວພັນລະຫວ່າງ ສອງປະເທດໃນຊຸມປີມໍ່ໆມານີ້ໄດ້ມີການພັດທະນາຢ່າງແຮງ.
ຍສໝ - ໃນຊຸມປີຈະມາເຖິງຄວາມຕ້ອງການກ່ຽວກັບການບໍລິການເຮືອນພັກໃຫ້ແກ່ບັກດານັກຊ່ຽວຊານຍີ່ປຸ່ນຈະເພີ່ມຂຶ້ນຢ່າງແຮງ.