ນັກວິຊາການ ແລະ ນັກການເມືອງສາກົນໄດ້ສະແດງຄວາມໝັ້ນໃຈຕໍ່ແງ່ຫວັງການພັດທະນາຂອງຫວຽດນາມ
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຖືກນັກວິຊາການ, ນັກການເມືອງ ແລະ ຜູ້ຊ່ຽວຊານສາກົນຖືວ່າ ເປັນຂີດໝາຍປະຫວັດສາດທີ່ສຳຄັນ, ວາງພື້ນຖານໃຫ້ແກ່ຍຸກໃໝ່ຂອງການພັດທະນາປະເທດຊາດ, ຕິດພັນກັບການປະຕິຮູບສະຖາບັນ, ການສົ່ງເສີມວິທະຍາສາດ ແລະ ເຕັກໂນໂລຊີ, ການຂະຫຍາຍການເຊື່ອມໂຍງ, ແລະ ຍົກສູງທີ່ຕັ້ງຂອງຫວຽດນາມໃນເວທີສາກົນ.