ນັກຊ່ຽວຊານມາເລເຊຍ: ຫວຽດນາມ ມີການປະກອບສ່ວນພົ້ນເດັ່ນຫຼາຍຢ່າງໃນອາຊຽນ
ເມື່ອຕອບສໍາພາດຕໍ່ນັກຂ່າວທ່ານ ປອ Oh Ei Sun ທີ່ປຶກສາຂັ້ນສູງຢູ່ສູນຄົ້ນຄວ້າປາຊີຟິກ (ມາເລເຊຍ), ພ້ອມທັງແມ່ນນັກຊ່ຽວຊານຄົ້ນຄວ້າຂັ້ນສູງຢູ່ສະຖາບັນຄົ້ນຄວ້າບັນຫາສາກົນສິງກະໂປ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ສະແດງໃຫ້ເຫັນການເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຕົນໃນປີດຳລົງຕຳແໜ່ງປະທານອາຊຽນ 2020 ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມືອາຊຽນ ຄວນໄດ້ຮັບການຕີລາຄາໂດຍອີງໃສ່ການສືບທອດນີ້.