ນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງວຽງຈັນ ຈັດການໂອ້ລົມສົນທະນາແບບທາງໄກ
ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກັບນະຄອນຫຼວງ ວຽງຈັນ ກ່ຽວກັບຄວາມຫຍຸ້ງຍາກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ສະແດງຄວາມປິຕິຊົມຊື່ນ ກ່ຽວກັບການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ - ລາວ, ສະຫາຍ ຫງວຽນວັນເນັນ ເນັ້ນໜັກວ່າ ບັນດາການຢ້ຽມຢາມ, ເຮັດວຽກຂອງການນຳຂັ້ນສູງຂອງສອງປະເທດ ໃນໄລຍະທີ່ຜ່ານມາ ສືບຕໍ່ຢັ້ງຢືນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງ ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.