ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ ກັບການກ້າວເຂົ້າສູ່ ປີທີ 8 ຂອງສະມາຊິກ WTO
ເມື່ອທິດທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເພື່ອສະເຫລີມສະຫລອງຄົບຮອບ 8 ປີ ທີ່ ສປປ ລາວ ໄດ້ເປັນສະມາຊິກ ຂອງອົງການ ການຄ້າໂລກ (WTO) ແລະ ປຶກສາຫາລືວາງແຜນຍຸດທະສາດ ທີ່ຕິດພັນກັບການຄ້າໂລກທີ່ ສປປ ລາວ ເປັນພາຄີກັບສາກົນ ເຊັ່ນ: ສັນຍາ ASEAN Agreement on E-Commerce ແລະ ກະກຽມເຂົ້າຮ່ວມເປັນພາຄີຂອງ ສັນຍາວ່າດ້ວຍ ເຕັກໂນໂລຊີ ຂໍ້ມູນຂ່າວສານ (Information Technology Agreement: ITA) ພາຍໃນປີນີ້ ເພື່ອໃຫ້ມີການເປີດກວ້າງດ້ານການຄ້າຍິ່ງຂຶ້ນ ທີ່ມີພັນທະ ແລະ ເປັນພັນທະມິດນໍາ.