ນະຄອນຫຼວງວຽງຈັນ ແລະ ແຂວງບ່າເຣ່ຍ-ຫວຸ້ງເຕົ່າ ເພີ່ມທະວີການຮ່ວມມື
ກອງປະຊຸມພົບປະ ລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງແຂວງບ່າເຣ່ຍ-ຫວຸ້ງເຕົ່າ ສສ ຫວຽດນາມ ຈັດຂຶ້ນວັນທີ 15 ຕຸລາ 2019 ຢູ່ສຳນັກງານອົງການປົກຄອງ ນວ ເຊິ່ງຝ່າຍລາວນຳໂດຍສະຫາຍ ສິນລະວົງ ຄຸດໄພທູນ ກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງ ນວ ຝ່າຍຫວຽດນາມນຳໂດຍສະຫາຍ ຫງວຽນ ຮົ່ງ ລິ້ງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງບ່າເຣ່ຍ-ຫວຸ້ງເຕົ່າ.