ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ
ຍສໝ - ໃນລະຫວ່າງວັນທີ 7 – 8 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍມີຜູ້ຕາງໜ້າຈາກ 9 ອົງການ ລວມມີ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງຊົນເຜົ່າ ແລະສາສະໜາ, ຫ້ອງວ່າການລັດຖະບານ, ໂດຍທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ເປັນນຳໜ້າ ຈະເຂົ້າຮ່ວມວາລະປະຊຸມສົນທະນາກ່ຽວກັບບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດພັນທະສັນຍາສາກົນກ່ຽວກັບສິດທິພົນລະເມືອງ ແລະ ການເມືອງ (ICCPR) ທີ່ວາລະປະຊຸມຄັ້ງທີ 144 ຂອງຄະນະກຳມະການສິດທິມະນຸດສະຫະປະຊາຊາດທີ່ Geneve, ສະວິດ. ພວກຂ້າພະເຈົ້າໄດ້ໃຫ້ສຳພາດທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ກ່ຽວກັບເຫດການສຳຄັນນີ້.