ບັນຫາການຂາດໂພຊະນາການ ຢູ່ ສປປ ລາວ ຍັງເປັນຫາທ້າທາຍ
ບັນຫາການຂາດໂພຊະນາການ ຢູ່ ສປປ ລາວ ຍັງເປັນຫາທ້າທາຍ ເຊິ່ງມີເດັກນ້ອຍຂາດອາຫານຊໍ້າເຮື້ອຂັ້ນປານກາງ ຫລື ຂັ້ນຮ້າຍແຮງ ຫລາຍກວ່າໜຶ່ງສ່ວນສາມ ປະມານ 35,6% ແລະ ເກືອບວ່າ ມີເດັກນ້ອຍໜຶ່ງໃນສິບ ປະມານ 9,6% ທີ່ຂາດສານອາຫານ ກະທັນຫັນ ຂັ້ນປານກາງ ຫລືຂັ້ນຮ້າຍແຮງ, ພ້ອມກັບຄວາມບໍ່ເທົ່າທຽມກັນໃນດ້ານໂພຊະນາການ ຂຶ້ນກັບພູມມູປະເທດ, ກຸ່ມຊົນເຜົ່າ ແລະ ສະພາບດ້ານເສດຖະກິດ.