ຍສໝ - ວັນທີ 23 ກຸມພາ, ຢູ່ນະຄອນ ໂຮ່ຈິມິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທ່າກຳປັ່ນ ເຕີນກາງ - ກາດຫຼາຍ, ຂຶ້ນກັບບໍລິສັດ.spj ເຕີນກາງ ໄຊງ່ອນ, ເຫຼົ່າທັບເຮືອ.
ຍສໝ - ທ່າກຳປັ່ນ ຫວຸງອ໋າງ (ເຂດເສດຖະກິດ ຫວຸງອ໋າງ, ຮ່າຕິ້ງ) ບໍ່ພຽງແຕ່ແມ່ນກິດຈະກຳໂຄງລ່າງທີ່ທັນສະໄໝແຫ່ງໜຶ່ງເທົ່ານັ້ນ ຫາກຍັງແມ່ນສັນຍາລັກແຫ່ງມິດຕະພາບ ຫວຽດນາມ - ລາວ. ດ້ວຍການໃກ້ຈະນຳທ່າເຮືອ 3 ເຂົ້າໃນການຂຸດຄົ້ນ, ຫວຽດນາມ ພວມໜູນຊ່ວຍ ລາວ, ປະເທດບໍ່ມີທະເລ, ເປີດກວ້າງການເຊື່ອມຕໍ່ການຄ້າສາກົນ, ຢືນຢັນວິໄສທັດຍຸດທະສາດກ່ຽວກັບການຮ່ວມມືພັດທະນາເສດຖະກິດພາກພື້ນ ແລະ ທົ່ວໂລກ.
ຍສໝ - ຄຽງຂ້າງການຊຸກຍູ້ຮ່ວມມືດ້ານການລົງທຶນ, ການຄ້າ, ການສຶກສາ..., ທັດສະນະຍຸດທະສາດຂອງ ຫວຽດນາມ ແມ່ນຊ່ວຍໃຫ້ ລາວ “ມີທະເລ, ທ່າເຮືອສະເພາະຂອງຕົນ”, ຖັດມາແມ່ນມີທາງລົດໄຟ, ທາງບົກ ເພື່ອເປີດປະຕູເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດຢ່າງເອກະລາດ.
ຍສໝ - ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ລາວ ຮູ້ສຶກພາກພູມໃຈ ຍ້ອນລະບົບທ່າກຳປັ່ນຂອງ ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ - ຫວຽດນາມ ຢູ່ຮ່າຕິ້ງ ມີແຜນຜັງທີ່ທັນສະໄໝ, ມີການລົງທຶນ ແລະ ຂຸດຄົ້ນເປັນຢ່າງດີ.
ຍສໝ - ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ (TC-HICT) ຂຶ້ນກັບບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ທີ່ຫາກໍປະສົບຜົນສຳເລັດໃນການຕ້ອນຮັບກຳປັ່ນ "super ship" One Continuity ຂອງ ບໍລິສັດກຳປັ່ນ ONE, ໃນການບໍລິການທາງທະເລໃໝ່ PS3 ຂ້າມປາຊີຟິກ ໄປຍັງຝັ່ງຕາເວັນຕົກໂດຍກົງ.
ເວິນໂດ່ນແມ່ນທ່າກຳປັ່ນແຫ່ງທຳອິດຂອງ ຫວຽດນາມ ແລະ ຄົງຕົວໃນຕະຫຼອດຫຼາຍສະຕະວັດ. ປັດຈຸບັນເມືອງເກາະເວິນໂດ່ນ ແຂວງ ກວ໋າງນິງ ພວມນຳໃຊ້ບັນດາທ່າໄດ້ປຽບໃນລະດັບສູງສຸດເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນນັບທັງ ທາງດ້ານທຳມະຊາດ ແລະ ພື້ນຖານວັດທະນະທຳ ເພື່ອຂະຫຍາຍເປັນເຂດກຳລັງໜູນພັດທະນາ ບໍ່ພຽງແຕ່ສຳລັບ ກວ໋າງນິງ ເທົ່ານັ້ນ ຫາກຍັງໃຫ້ທົ່ວປະເທດອີກດ້ວຍ.