ຍສໝ - ໂດຍແມ່ນໜຶ່ງໃນບັນດາກຳລັງທີ່ສຳຄັນ ແລະ ແທດຈິງໃນການກໍ່ສ້າງ, ເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ ເຊິ່ງແມ່ນຄະນະພັກ, ອຳນາດການປົກຄອງ ແລະ ທະຫານປະຊາຊົນບັນດາແຂວງ, ນະຄອນທີ່ມີເສັ້ນຊາຍແດນຮ່ວມກັບປະເທດເພື່ອນ. ນີ້ແມ່ນສັນຍາລັກແຫ່ງມິດຕະພາບ, ສັນຕິພາບ, ຄວາມເປັນມິດສະໜິດສະໜົມ, ເຕັມໄປດ້ວຍຄວາມໝາຍ ແລະ ວັດທະນະທຳຫວຽດ.
ຍສໝ - ບຸນເຕັດທະຫານ - ປະຊາຊົນ ແມ່ນຮູບແບບ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ” ໂດຍແຂວງ ຊອກຈັງ ຈັດຕັ້ງໃນຫຼາຍປີຜ່ານມາ ດ້ວຍເນື້ອໃນທີ່ອຸດົມສົມບູນທີ່ສຸດ ເພື່ອແນໃສ່ເບິ່ງແຍງດູແລ ໃຫ້ແກ່ຜູ້ທຸກຍາກ, ຄອບຄົວນະໂຍບາຍ, ແຕ່ຍ້ອນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ ດັ່ງນັ້ນ ປີນີ້ ບັນດາເນື້ອໃນເຄື່ອນໄຫວໄດ້ຫຼຸດລົງ, ເປັນຕົ້ນແມ່ນສຸມໃສ່ການຢຶ້ຢາມຖາມຂ່າວ.
ຍສໝ -ໃນວັນທີ 25 ສິງຫາ, ທີ່ການເຮັດວຽກກັບການນຳແຂວງ ຍິ່ງເຢືອງ, ທ່ານ ພົນຕີ ໂງມິງຕຽນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຈະຈັດສົ່ງທະຫານ 2000 ຄົນ ເຂົ້າຮ່ວມພ້ອມກັບບັນດາກຳລັງທ້ອງຖິ່ນຕ້ານໂລກລະບາດໂຄວິດ - 19…
ຍສໝ - ມີສະມາຊິກຄະນະຊາວໜຸ່ມ ກ່ວາ 30 ຄົນ ສັງກັດໜ່ວຍຄະນະຊ່າວໜຸ່ມປ້ອມທະຫານປ້ອງກັນຊາຍແດນ ແລະ ຕາແສງດ່ວານຮາຍ, ຕາແສງນ້ຳແລັງ ແລະ ເມື່ອງລານ ໄດ້ລົງນາຊ່ວຍຄອບຄົບທີ່ປະສົບກັບຄວາມຫຍຸ້ງຍາກເກັບກ່ຽວເຂົ້າໃນຊຸມວັນທ້າຍເດືອນມິຖຸນານີ້.
ຍສໝ - ທ່ານຮ້ອຍໂທ ເຈິ່ນງອກເຊີນ, ພະນັກງານຄວບຄຸມກວດກາປ້ອມປ້ອງກັນຊາຍແດນວິງເງືອນ ແບ່ງປັນວ່າ “ຍ້ອນຕ້ອງປະຕິບັດໜ້າທີ່, ດັ່ງນັ້ນປີນີ້ ຂ້າພະເຈົ້າ ແລະ ອ້າຍນ້ອງຢູ່ປ້ອມປ້ອງກັນ, ຕ້ານໂລກລະບາດ ບໍ່ສາມາດກັບຄືນເມືອຢາມບ້ານໄດ້, ແຕ່ເມື່ອໄດ້ກິນບັນແຊ່ວຢູ່ປ້ອມໃນໂອກາດວັນບຸນດວານເງາະ, ກໍ່ຮູ້ສຶກວ່າແຊບ ແລະ ອົບອຸ່ນໃຈຂຶ້ນຕື່ມ..”
ຍສໝ - ໂດຍໄດ້ກາຍເປັນຄວາມສິ້ນເຄີຍ, ໃນວັນເສົາຂອງທຸກໆອາທິດ, ປ້ອມຣາດາ 575 ໄດ້ສົມທົບກັບຊາວໜຸ່ມ ແລະ ປະຊາຊົນທ້ອງຖິ່ນ ທຳຄວາມສະອາດຢູ່ຝັ່ງທະເລ, ສົມທົບກັນໂຄສະນາຂົນຂວາຍປະຊາຊົນ, ແຂກທ່ອງທ່ຽວຮ່ວມແຮງຮ່ວມໃຈໃນການທຳຄວາມສະອາດ ທະເລ.
ຍສໝ - ບໍ່ພຽງແຕ່ຮັກສາເຂດຊາຍແດນຢ່າງໝັ້ນຄົງເທົ່ານັ້ນໃນຊຸມປີຜ່ານມາ ທະຫານປ້ອງກັນຊາຍແດນ ຫວຽດນາມ ຍັງຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ສ້າງຊີວິດການເປັນຢູ່, ດູແລ, ຊ່ວຍໃຫ້ບັນດານ້ອງນ້ອຍ ຢູ່ເຂດຊາຍແດນ, ລວມມີເດັກນ້ອຍຫວຽດນາມ, ລາວ ກຳປູເຈຍໄ ດ້ມີເງື່ອນໄຂລະຫຼິ້ນ, ຮ່ຳຮຽນ, ສ້າງອະນາຄົດທີ່ສົດໄສໃຫ້ແກ່ພວກນ້ອງ.
ຍສໝ - ເດັກນ້ອຍ 9 ຄົນ ເປັນອ້າຍນ້ອງກັນ ໃນຄອບຄົວຊົນເຜົ່າປາໂກ, ດຳລົງຊີວິດຢູ່ເຂດຫຼັກໝາຍຊາຍແດນ ລະຫວ່າງ ຫວຽດນາມ-ລາວ. ພວກເຂົາບໍ່ຮູ້ພາສາຫວຽດນາມ, ບໍ່ຮູ້ໜັງສື, ນອນຢູ່ເທິງດິນ, ກິນບໍ່ໃຊ້ຖ້ວຍ… ພວກເດັກນ້ອຍເໝືອນຄົນປ່າ ໄດ້ຮັບການປ່ຽນແປງຊີວິດ ແລະ ກາຍເປັນພົນລະເມືອງທີ່ດີ, ມີສຸຂະພາບແຂງແຮງ, ໄດ້ຮັບການຮ່ຳຮຽນ, ອີ່ມໜຳສຳລານສົມບູນພູນສຸກ. ຍ້ອນວ່າເຂົາເຈົ້າມີພໍ່ຮັກ ເປັນພະນັກງານ, ນັກຮົບຂອງປ້ອມປ້ອງກັນຊາຍແດນ ອາວາວ, ເມືອງ ດັກກຣົງ ແຂວງ ກ໋ວາງຈິ ນັບແຕ່ປີ 2018.
ຍສໝ - ພິທີໄຂ Army Games 2020 ຈະໄດ້ຈັດຕັ້ງຢ່າງເປັນທາງການໃນຕອນບ່າຍຂອງວັນທີ 23 ສິງຫານີ້ທີ່ສະຫະພັນຣັດເຊຍໂດຍມີການເຂົ້າຮ່ວມຂອງຫຼາຍທີມທີ່ມາຈາກ 30 ກວ່າປະເທດແລະເຂດແຄວ້ນໃນທົ່ວໂລກ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງກອງປະຊຸມ Shangri – La, ໃນວັນທີ 30 ພຶດສະພາ 2019, ທ່ານພົນເອກ ໂງ ຊວນ ລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ການທະຫານຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມ Shangri – La ຄັ້ງທີ 18, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 31 ພຶດສະພາ - 2 ມິຖຸນາ 2019 ຢູ່ ສິງກະໂປ.