ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດໃຫຍ່ອັນດັບໜຶ່ງຂອງອາຊຽນ ໃນການດຶງດູດ FDI ໃນດ້ານເຕັກໂນໂລຢີ
ຍສໝ - ທະນາຄານ HSBC ໄດ້ເປີດເຜີຍບົດລາຍງານສະບັບໃໝ່ກ່ຽວກັບ FDI ເຂົ້າໃນອາຊີຕາເວັນອອກສຽງໃຕ້. ໃນບົດລາຍງານ, HSBC ໃຫ້ຄຳເຫັນວ່າ, ໃນຂະນະທີ່ຄາດຄະເນການຄ້າທົ່ວໂລກຍັງຕົກຢູ່ໃນສະພາບບໍ່ດີ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຍັງຈະຫລັ່ງໄຫລເຂົ້າອາຊຽນ.