ການບິນລາວ ກຽມຄວາມພ້ອມເປີດຖ້ຽວບິນພາຍໃນ ເລີ່ມ 22 ພຶດສະພານີ້
ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການລັດວິສາຫະກິດການບິນລາວ ໃຫ້ສຳພາດວັນທີ 19 ພຶດສະພາ 2020 ວ່າ: ແຜນການເປີດຖ້ຽວບິນເສັ້ນທາງພາຍໃນປະເທດຄືນ ເລີ່ມຖ້ຽວບິນທຳອິດນັບແຕ່ວັນທີ 22 ພຶດສະພາ 2020 ເປັນຕົ້ນໄປ ເຊິ່ງບິນເສັ້ນທາງພາຍໃນປະເທດທັງໝົດມີ 6 ເສັ້ນທາງຄື: ເສັ້ນທາງນະຄອນຫຼວງວຽງຈັນ (ນວ)-ຫຼວງພະບາງ-ນວ ບິນ 4 ຖ້ຽວຕໍ່ອາທິດ (ວັນຈັນ ວັນພຸດ ວັນສຸກ ແລະ ອາທິດ) ເສັ້ນທາງ ນວ-ປາກເຊ-ນວ ບິນ 4 ຖ້ຽວຕໍ່ອາທິດ (ວັນຈັນ ພຸດ ສຸກ ແລະ ອາທິດ) ນວ-ສະຫວັນນະເຂດ-ນວ ບິນ 3 ຖ້ຽວຕໍ່ອາທິດ (ວັນຈັນ ວັນພຸດ ວັນສຸກ) ເສັ້ນທາງ ນວ-ຊຽງຂວາງ-ນວ ບິນ 3 ຖ້ຽວຕໍ່ອາທິດ (ວັນຈັນ ວັນພຸດ ວັນສຸກ) ເສັ້ນທາງ ນວ-ອຸດົມໄຊ-ນວ ບິນ 3 ຖ້ຽວຕໍ່ອາທິດ (ວັນອັງຄານ ວັນພະຫັດ ວັນເສົາ) ເສັ້ນທາງ ນວ-ຫຼວງນ້ຳທາ-ນວ ບິນ 4 ຖ້ຽວຕໍ່ອາທິດ (ວັນຈັນ ວັນພຸດ ວັນສຸກ ວັນອາທິດ).