ຍສໝ - ທີ່ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດສະມາຊິກທີ່ເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຢູ່ອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ, ໄດ້ດຳເນີນໃນວັນທີ 28 ແລະ 29 ພຶດສະພາ ຢູ່ນະຄອນຫຼວງວຽງຈັນ (ລາວ), ຜູ້ຕາງໜ້າຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ກໍ່ໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມພະຍາຍາມເພື່ອສະກັດກັ້ນອາດຊະຍາກຳຢາເສບຕິດໃນສະພາບການການຄ້າຢາເສບຕິດໃນພາກພື້ນນັບມື້ນັບສັບສົນ.
ໂດຍຕອບສະໜອງ ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ (ຄືວັນທີ 30 ກໍລະກົດ), ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບ ກະຊວງຕຳຫຼວດ ຫວຽດນາມ ຈັດກອງປະຊຸມທາງອອນລາຍ ຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານການຄ້າມະນຸດ ດ້ວຍຫົວຂໍ້ວ່າ “ຮັບຟັງຜູ້ປະສົບເຄາະຮ້າຍ - ຊີ້ນຳການກະທຳ”.
ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ ກໍຄື ປະຊາຊົນບັນດາເຜົ່າ ແຂວງບໍລິຄຳໄຊ ນຳເອົາເງິນ 100 ລ້ານກີບ ມາມອບໃຫ້ລັດຖະບານເພື່ອສົມທົບທຶນໃນການຕ້ານການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).
ເນື່ອງຈາກປະເທດລາວ ແລະ ໄທ ເຄີຍປະສົບບັນຫາໄຟໄໝ້ລາມປ່າເຊີ່ງເປັນສາເຫດສໍາຄັນທີ່ກໍ່ໃຫ້ເກີດມີໝອກຄວັນປົກຄຸມໄປທົ່ວບໍລິເວນ 2 ແຜ່ນດິນ 3 ແຂວງ ຄື: ແຂວງ ໄຊຍະບູລີ, ແຂວງ ບໍ່ແກ້ວ ສປປ ລາວ ແລະ ແຂວງ ຊຽງລາຍ ຣາຊະອານາຈັກໄທ, ເຊິ່ງໝອກຄວັນດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ, ສຸຂະພາບ, ສິ່ງແວດລ້ວມ ແລະ ວິໄສທັດໃນການຄົມມະນາຄົມສັນຈອນໄປມາຂອງປະຊາຊົນ 2 ຊາດ ລາວ-ໄທ ແລະ ໄທ-ລາວ.