ພິທີເປີດການສຳມະນາແນະນຳບົດລາຍງານແຫ່ງຊາດຄັ້ງທີ 2 ຂອງຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ

ພິທີເປີດການສຳມະນາແນະນຳບົດລາຍງານແຫ່ງຊາດຄັ້ງທີ 2 ຂອງຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ

ຍສໝ - ໂດຍປະຕິບັດ​ໂຄງການ​ຂອງ​ກະຊວງ​ຕຳຫຼວດ​ ຫວຽດນາມ ທີ່​ໄດ້​ຮັບ​ການ​ອະນຸມັດ​ຈາກ​ນາຍົກລັດຖະມົນຕີ, ​ໃນ​ວັນ​ທີ 22 ພະຈິກ 2024, ຢູ່​ຮ່າ​ໂນ້ຍ, ກົມພົວພັນຕ່າງປະ​ເທດ ​ແລະ ກົມລະບອບກົດໝາຍ ​ແລະ ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຍຸຕິທຳ - ກະຊວງ​ຕຳຫຼວດ ​ໄດ້​ສົມທົບ​ກັບໂຄງການ​ພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ຈັດ​ຕັ້ງ​ການສຳມະນາ​ສາກົນ “​ແນະນຳ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຄັ້ງ​ທີ 2 ຂອງ​ ຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດ​ສົນທິສັນຍາ​ຕ້ານ​ການ​ທໍລະມານ ​ແລະ ບັນດາຮູບການປະຕິບັດ ​ຫຼື​ ການ​ລົງ​ໂທດ​ທີ່​ໂຫດຮ້າຍ, ​ໄຮ້​ມະນຸດສະທຳ ຫຼື ເຮັດໃຫ້ອັບອາຍຂາຍໜ້າ".