ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ກວ່າອີກ
ຍສໝ - ຕອນບ່າຍວັນທີ 20 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ພ້ອມດ້ວຍພັນລະນາ ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 21 ກໍລະກົດ. ພິທີຕ້ອນຮັບຖືກຈັດຂຶ້ນຢ່າງສົມກຽດ ຕາມພິທີການສະຫງວນໃຫ້ແກ້ຜູ້ນຳໜ້າລັດຖະບານຕ່າງປະເທດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.