ຕູ້ປຶ້ມພາສາຫວຽດນາມ: ປະກອບສ່ວນກໍ່ສ້າງ ແລະ ຮັກສາພາສາຫວຽດນາມຢູ່ 5 ທະວີບ
ຍສໝ - “ການຂະຫຍາຍເຄືອຂ່າຍຕູ້ປື້ມພາສາຫວຽດນາມ ບໍ່ພຽງແຕ່ປະກອບສ່ວນນຳປື້ມ ແລະ ອຸປະກອນການຮຽນຂອງຫວຽດນາມ ໄປຍັງຊາວຫວຽດນາມ ຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງຊຸກຍູ້ການທູດວັດທະນະທຳ, ພາສາ, ເຜີຍແຜ່ບັນດາຄຸນຄ່າວັດທະນະທຳຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ”. ນັ້ນແມ່ນການແບ່ງປັນຂອງທ່ານ ປອ. ຟ້າມວິ້ງໄທ - ຫົວໜ້າບັນນາທິການສຳນັກພິມຈຳໜ່າຍການສຶກສາ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ວາລະສານ ຍຸກສະໄໝ ກ່ຽວກັບຂະບວນການປະຕິບັດຮູບແບບຕູ້ປຶ້ມຫວຽດນາມ ຢູ່ໃນໂລກ.