ບວນມາທວດ - ນະຄອນຕົ້ນໄມ້ຂຽວ

ບວນມາທວດ - ນະຄອນຕົ້ນໄມ້ຂຽວ

ນະຄອນບວນມາທວດ ແຂວງ ດັກລັກ ແມ່ນໜຶ່ງໃນບັນດານະຄອນທີ່ມີອັດຕາການປົກຄຸມຕົ້ນໄມ້ຂຽວຫຼາຍກວ່າໃນທົ່ວປະເທດ ດ້ວຍເນື້ອທີ່ປູກຕົ້ນໄມ້ຂຽວຫຼາຍກວ່າ 8 ຕາແມັດຕໍ່ຄົນ. ລະບົບຕົ້ນໄມ້ຂຽວຢູ່ ບວນມາທວດ ພວມສ້າງສະພາບແວດລ້ອມ ທີ່ເປັນໜ້າດຳລົງຊີວິດໃຫ້ແກ່ປະຊາຊົນ ແລະ ຈຸດເດັ່ນທີ່ໜ້າປະທັບໃຈສຳລັບແຂກທ່ອງທ່ຽວ. ຕົ້ນໄມ້ຂຽວຢູ່ບວນມາທວດ ໃນວັນນີ້ກໍ່ແມ່ນໝາກຜົນຂອງການປູກຕົ້ນໄມ້ເປັນເວລາຫຼາຍທົດສະວັດ ແລະ ສິ່ງນີ້ພວມສືບຕໍ່ໄດ້ຮັບການເສີມຂະຫຍາຍ ດ້ວຍບັນດາແຜນງານມະຕິກຳນົດທິດພັດທະນານະຄອນເຖິງປີ 2030 ວິໄສທັດເຖິງ 2045.