ຕະຫລາດນັດແຮງງານຄັ້ງທີ 8 ຈະຊ່ວຍນັກສຶກສາ ມີວຽກເຮັດຫລາຍກວ່າ 4 ພັນຄົນ
ຫວ່າງແລ້ວນີ້, ທີ່ຄະນະວິສະວະກຳສາດ ໂສກປ່າຫລວງ ໄດ້ຈັດງານຕະຫລາດນັດແຮງງານ ຄັ້ງທີ 8 ຂຶ້ນ, ໂດຍການຮ່ວມມື ລະຫວ່າງ ຄະນະວິສະວະກຳສາດ ມະຫາວິທະຍາໄລ ແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳສະຫະພາບເອີລົບ.