ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດໃຫ້ແກ່ເມືອງດັກໄລ ສສ ຫວຽດນາມ
ຍສໝ-ໃນວັນທີ 24 ມັງກອນ, ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ສປປ ລາວ ນໍາໂດຍທ່ານ ສົມພອນ ໄຊຊູວັນ, ກໍາມະການຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງດັກຈືງທີ່ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ ແລະ ປະຊາຊົນເມືອງດັກໄລ.